u-money 1ປີແຫ່ງການໃຫ້ບໍລິການກະເປົາເງິນເອເລັກໂທນິກ ຢ່າງເປັນທາງການ.


u-money 1ປີແຫ່ງການໃຫ້ບໍລິການກະເປົາເງິນເອເລັກໂທນິກ ຢ່າງເປັນທາງການ.

ໃນຍຸກສັງຄົມປະຈຸບັນ ເຊີ່ງເປັນຍຸກດ້ານ ອຸດສະຫະກຳ 4.0 ຍຸກແຫ່ງການຫັນປ່ຽນເຂົ້າສູ່ ດີຈີຕອນ , ເຊີ່ງແນ່ນອນພັກ ແລະລັດຖະບານ ລາວເຮົາກໍ່ພວມຫັນໃສ່ວຽກງານ ການຫັນປ່ຽນ ສູ່ລັດຖະບານ ດີຈີຕອນໃນທຸກຂົງເຂດ ,ເຊີ່ງແນ່ນອນ ລວມທັງຂົງເຂດວຽກງານການເງິນແບບດີຈີຕອນ. ດັ່ງນັ້ນການປະກົດຕົວຂອງຜະລິດຕະພັນ u-money ໃນທ້ອງຕະຫລາດລາວ ຈື່ງເປັນອີກໜື່ງ ບາດກ້າວໃນການຫັນປ່ຽນ ວຽກງານດ້ານການຊຳລະ ດີຈີຕອນ ອຳນວຍຄວາມສະດວກ ໃຫ້ແກ່ພໍ່ແມ່ປະຊາຊົນໃຫ້ດີຂື້ນ. 

          u-money ເປັນຜະລິດຕະພັນດ້ານ ກະເປົາເງິນ ເອເລັກໂທຼນິກ ພັດທະນາຂື້ນໂດຍ ບໍລິສັດ ສະຕາ ຟີນເທັກ ຈຳກັດເຊີ່ງເປັນບໍລິສັດ ລູກຂອງ ຢູນີເທວ , ຈັດຕັ້ງການດຳເນີນທຸລະກິດ ຕາມລະບຽບກົດໝາຍຂອງ ທະນາຄານແຫ່ງ ສປປລາວ ດ້ວຍຈຸດປະສົງເປົ້າໝາຍ ນຳເອົາບໍລິການ ດ້ານເງີນ ດີຈີຕອນ ລົງສູ່ພໍ່ແມ່ປະຊາຊົນບໍ່ພຽງແຕ່ ໃນຂອບເຂດ ເທດສະບານ ແຕ່ຈະນຳເອົາບໍລິການລົງສູ່ເຂດຫ່າງໄກສອກຫລີກ, ເຂດຊົນນະບົດ ໃຫ້ສາມາດເຂົ້າ ເຖີງແຫລ່ງການເງິນ ການທະນາຄານໄດ້ , u-money ມີຄວາມມຸ່ງມາດປາດທະຖາ  ທີ່ຈະປະກອບສ່ວນ ຍົກສູງຄຸນນະພາບຊີວິດ, ພັກດັນເສດຖະກິດສັງຄົມໃຫ້ມີຄວາມເຂັ້ມແຂງ ,ຫລຸດຜ່ອນຄວາມແຕກໂຕນ, ໄລຍະທາງ , ເວລາ, ເອກະສານໃນການຊຳລະ ການເຮັດທຸລະກຳ ຕ່າງໆ , ເສີມສ້າງລະບົບນິເວດ ການຄ້າ ເອເລັກໂທນິກ ແລະ ການຊຳລະແບບ ດີຈີຕອນ, ຫັນສູ່ຍຸກ ຈຳກັດການນຳໃຊ້ເງິນສົດ.

          ຕະຫລອດໄລຍະ 1 ປີທີ່ໃນການຂະຫຍາຍ ຜະລິດຕະພັນ u-money ຢ່າງເປັນທາງການ ( ສີງຫາ 2019 – ສີງຫາ 2020 ) ປະຈຸບັນມີລູກຄ້າເກືອບ 100,000 ລູກຄ້າ, ມີຮ້ານຕົວແທນໃຫ້ບໍລິການຫລາຍກ່ວາ 10,000 ຮ້ານຕົວແທນກວມ 17 ສາຂາແຂວງ 148 ເມືອງໃນທົ່ວປະເທດ. ເພື່ອເພີ່ມຊ່ອງປະຈຸບັນ u-money ໄດ້ສະໜອງບັນດາ ບໍລິການດ້ານການຊຳລະໃຫ້ກ້ວາງຂວາງ ແລະ ເຂົ້າເຖີງບໍລິການໄດ້ແບບຫລາກຫລາຍເຊັ່ນ : ການໂອນເງິນ , ການຖອນ, ການຊໍາລະຄ່າໂທ ຂອງຢູນີເທວ, ອີທີແອວ , ການຊໍາລະຊື້ປະກັນໄພ LVI, ຊຳລະຄ່າຫວຍ, ແລະການຊຳລະຜ່ານ QR coad ຢູ່ບັນດາຮ້ານຄ້າທີ່ຮ່ວມລາຍການ. ນອກນັ້ນ  ປະຈຸບັນ u-money ໄດ້ເຊື່ອມຕໍ່ສໍາເລັດ ກັບ ທະນາຄານ ລາວ – ຫວຽດ , ທະນາຄານ ມາຣູຮານ ເຈແປນລາວ . ນອກນັ້ນຍັງມີຫລາຍທະນາຄານ ທີ່ກໍາລັງດໍາເນີນການ ເຊື່ອມຕໍ່ໃນໄວໆ ນີ້ເຊັ່ນ ທະນາຄານການຄ້າ ຕ່າງປະເທດລາວ , ທະນາຄານ ພັດທະນາລາວ , ທະນາຄານ ເອຊີດີດ້າ…….ດ້ວຍຈຸດປະສົງເປົ້າໝາໄຍໃນການນຳເອົາບໍລິການ ລົງສູ່ປະຊາຊົນເຂດຫ່າງໄກສອກຫລີກ ພາກລັດຂັ້ນເມຶອງກໍ່ໄດ້ໃຫ້ຄວາມສົນໃຈພິຈາລະນາ ນຳໃຊ້ u-money ເຂົ້າໃນການເບີກຈແ່າຍເງິນເດືອນ ,ເງິນອຸດໜູນໃຫ້ກັບນາຍບ້ານ ເຂດຫ່າງໄກ. ນອກນັ້ນ u-money ຍັງເປັນບໍລິການ ທີ່ໄດ້ຮັບລາງວັນຮັບເລືອກໃຫ້ເປັນຜູ້ຊະນະລາງວັນ Silver Stevie®ໃນໝວດໝູ່ : ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ ( Award for Innovation in Consumer Products & Services ). u-money ຈະບໍ່ຢຸດຢັ້ງໃນການພັດທະນາ ບໍລິການດ, ຂະຫຍາຍພື້ນທີ່ການໃຫ້ບໍລິການລົງທຸກຂົງເຂດໃຫ້ ໃຫ້ນັບມື້ນັບກ້ວາງຂວາງ ຍີ່ງຂື້ນ.

ຂ່າວຮ້ອນ

u-money 5 ປີຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ

ຕື່ມມູນຄ່າໂທ ຜ່ານແອັບຢູມັນນີ ຮັບສ່ວນຫຼຸດ 5 ເປີເຊັນ

ໂປຣໂມຊັ່ນ Happy Monday ແລະ Happy Friday

ຊຳລະຄ່າຊົມໃຊ້ໄຟຟ້າ ຜ່ານ ຢູມັນນີ

ໂປຣໂມຊັ່ນຊື້ດາຕ້າຜ່ານແອັບ u-money ຮັບສ່ວນຫຼູດ 5 – 15% ຫຼື ຮັບດາຕ້າ X2.

ຂ່າວທີ່ກ່ຽວຂ້ອງ

u-money 5...

u-money ແມ່ນບໍລິການກະເປົາເງິນເອເລັກໂທນິກ...

Tin U-money

U-money thực hiện nhiều ưu đãi dành cho thành viên vàng của hệ thống
Translate »