ກ່ຽວກັບ ຢູມັນນີ
ກ່ຽວກັບ ຢູມັນນີ
u-money ແມ່ນ ກະເປົ່າເງີນ ເອເລັກໂທຣນິກ ຫຼື ເອີ້ນວ່າ Mobile Money ເຊິ່ງບໍລິການດັ່ງກ່າວ ສາມາດ ຮັບ-ໂອນເງີນສົດ ແລະຊຳລະຄ່າບໍລິການຕ່າງໆໄດ້, ສາມາດເຮັດທຸລະກໍາໄດ້ທຸກທີທຸກເວລາ, ປອດໄພໂດຍຜ່ານສັນຍານຂອງ Unitelໃນທົ່ວປະເທດ. ສາມາດນໍາໃຊ້ໄດ້ກັບໂທລະສັບມືຖືທຸກຮູບແບບມືຖື ທິ່ຮັບສັນຍານໂທລະສັບໄດ້.
I. ຄຸນສົມບັດຂອງບໍລີການ u-money
– ການໂອນເງີນ.
– ການຖອນເງິນ.
– ໂອນເງິນຫາບັນຊີທະນາຄານ ທີ່ຮ່ວມລາຍການ.
– ຊຳລະຄ່າບໍລິການຕ່າງໆ ຕາມຮ້ານຄ້າທີ່ຮ່ວມລາຍການ.
– ການຊື້ຫວຍ.
– ຊື້ປະກັນໄພລາວ – ຫວຽດ.
ໝາຍເຫດ : ໃນອານາຄົດ ຈະສາມາດຊຳລະຄ່ານ້ຳ , ຄ່າໄຟ , ພາສີອາກອນ ແລະ ອື່ນໆ.
1. ວິທີການເອົາເງິນເຂົ້າບັນຊີ u-money
ລູກຄ້າສາມາດເອົາເງິນເຂົ້າບັນຊີຜ່ານບໍລິການດັ່ງນິ້:
– ໜ່ວຍບໍລິການຂອງ Unitel
– ຮ້ານຕົວແທນຍ່ອຍໃຫ້ບໍລິການ u-money
– ບັນດາປ່ອງບໍລິການທະນາຄານທີ່ມີການຮວ່ມມືກັບ u-money.
2. ການໂອນເງິນ
ລູກຄ້າສາມາດໂອນເງິນ
– ບັນຊີຢູມັນນີ – ບັນຊີຢູມັນນີ.
– ບັນຊີຢູມັນນີ – ບໍ່ມີບັນຊີຢູມັນນີ : ໂດຍເບີປາຍທາງ ສາມາດເອົາລະຫັດລັບຖອນເງິນໄດ້ທີ່ ປ່ອງບໍລິການ ຢູນີເທວ ຫຼື ຮ້ານຕົວແທນ u-money.
– ບໍ່ມີບັນຊີຢູມັນນີ – ບໍ່ມີບັນຊີຢູມັນນີ ຫຼື ທີ່ເອີ້ນວ່າໂອນລອຍ ເຊີ່ງລູກຄ້າຕ້ອງໄດ້ເຂົ້າໄປຮ້ານຕົວແທນ , ປ່ອງບໍລິການ ເພື່ອປະຕິບັດການຳໂອນລອຍ
– ບັນຊີຢູມັນນີ – ບັນຊີທະນາຄານ ( ຕາມທະນາຄານ ທີ່ຮ່ວມມື ປະຈຸບັນ ມີ : ທະນາຄານ ລາວ – ຫວຽດ , ທະນາຄານ ມາຣູຮານເຈແປນລາວ , ທະນາຄານ JDB )
– ບັນຊີທະນາຄານ – ບັນຊີຢູມັນນີ ( ຕາມທະນາຄານ ທີ່ຮ່ວມມື ປະຈຸບັນ ມີ : ທະນາຄານ ລາວ – ຫວຽດ , ທະນາຄານ ມາຣູຮານເຈແປນລາວ , ທະນາຄານ JDB )
3. ຖອນເງິນ
ລູກຄ້າສາມາດຖອນເງິນຜ່ານ
– ໜ່ວຍບໍລິການຂອງຢູນິເທວ.
– ຮ້ານຈຸດຂາຍທີ່ມີສັນຍາລັກຂອງ u-money.
– ບັນດາທະນາຄານທີ່ມີການຮ່ວມມືກັບ u-money.
4. ການຊຳລະຄ່າບໍລິການຕ່າງໆ
ລູກຄ້າສາມາດໄຊ້ຢູມັນນີຊຳລະຄ່າບໍລິການເຊັ່ນ:
– ຕື່ມເງີນໂທລະສັບຂອງຢູນິເທວໄດ້ຮັບສ່ວນຫຼຸດ 5%
– ຕື່ມເງິນມູນຄ່າໂທ ຂອງ ETL ຮັບສ່ວນຫຼຸດ 3%
– ຊຳລະເບີລາຍເດືອນຂອງຢູນິເທວໄດ້ຮັບສ່ວນຫຼຸດ 2%
– ຊຳລະອິນເຕີເນັດບ້ານ FTTH , ຊຳລະບໍລິການສາຍເຊົ່າ Lease-line ໄດ້ຮັບສ່ວນຫຼຸດ 2%
– ຊື້ປະກັນໄພ ລາວ-ຫລວຽດ
– ຊື້ຫວຍໂຊກໄຊໄດ້ຮັບສ່ວນຫຼຸດ 5%.
ຂ່າວຮ້ອນ

u-money 5 ປີຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ

ບໍລິການ ດາຕ້າ ໂຣມມິ້ງ ເທິງ u-money

ຕື່ມມູນຄ່າໂທ ຜ່ານແອັບຢູມັນນີ ຮັບສ່ວນຫຼຸດ 5 ເປີເຊັນ

ໂປຣໂມຊັ່ນຊື້ດາຕ້າຜ່ານແອັບ u-money ຮັບສ່ວນຫຼູດ 5 – 15% ຫຼື ຮັບດາຕ້າ X2.

ໂອນເງີນຈາກ ເເອັບທະນາຄານ ຫາ u-money ຜ່ານການ ສະແກນ QR u-money.