ກ່ຽວກັບ ຢູມັນນີ


Posted on

ກ່ຽວກັບ ຢູມັນນີ

u-money ແມ່ນ ກະເປົ່າເງີນ ເອເລັກໂທຣນິກ ຫຼື ເອີ້ນວ່າ Mobile Money  ເຊິ່ງບໍລິການດັ່ງກ່າວ ສາມາດ ຮັບ-ໂອນເງີນສົດ ແລະຊຳລະຄ່າບໍລິການຕ່າງໆໄດ້, ສາມາດເຮັດທຸລະກໍາໄດ້ທຸກທີທຸກເວລາ, ປອດໄພໂດຍຜ່ານສັນຍານຂອງ Unitelໃນທົ່ວປະເທດ. ສາມາດນໍາໃຊ້ໄດ້ກັບໂທລະສັບມືຖືທຸກຮູບແບບມືຖື ທິ່ຮັບສັນຍານໂທລະສັບໄດ້. 

    I.     ຄຸນສົມບັດຂອງບໍລີການ u-money

–      ການໂອນເງີນ.

–      ການຖອນເງິນ.

–      ໂອນເງິນຫາບັນຊີທະນາຄານ ທີ່ຮ່ວມລາຍການ.

–      ຊຳລະຄ່າບໍລິການຕ່າງໆ ຕາມຮ້ານຄ້າທີ່ຮ່ວມລາຍການ.

–      ການຊື້ຫວຍ.

–      ຊື້ປະກັນໄພລາວ – ຫວຽດ.

ໝາຍເຫດ : ໃນອານາຄົດ ຈະສາມາດຊຳລະຄ່ານ້ຳ , ຄ່າໄຟ , ພາສີອາກອນ ແລະ ອື່ນໆ. 

1.    ວິທີການເອົາເງິນເຂົ້າບັນຊີ u-money 

     ລູກຄ້າສາມາດເອົາເງິນເຂົ້າບັນຊີຜ່ານບໍລິການດັ່ງນິ້:

–      ໜ່ວຍບໍລິການຂອງ Unitel

–      ຮ້ານຕົວແທນຍ່ອຍໃຫ້ບໍລິການ u-money

       –      ບັນດາປ່ອງບໍລິການທະນາຄານທີ່ມີການຮວ່ມມືກັບ u-money.

2.    ການໂອນເງິນ

     ລູກຄ້າສາມາດໂອນເງິນ

            –   ບັນຊີຢູມັນນີ – ບັນຊີຢູມັນນີ. 

            –   ບັນຊີຢູມັນນີ – ບໍ່ມີບັນຊີຢູມັນນີ  : ໂດຍເບີປາຍທາງ ສາມາດເອົາລະຫັດລັບຖອນເງິນໄດ້ທີ່ ປ່ອງບໍລິການ ຢູນີເທວ ຫຼື ຮ້ານຕົວແທນ u-money.  

            –   ບໍ່ມີບັນຊີຢູມັນນີ – ບໍ່ມີບັນຊີຢູມັນນີ ຫຼື ທີ່ເອີ້ນວ່າໂອນລອຍ ເຊີ່ງລູກຄ້າຕ້ອງໄດ້ເຂົ້າໄປຮ້ານຕົວແທນ , ປ່ອງບໍລິການ ເພື່ອປະຕິບັດການຳໂອນລອຍ 

            –   ບັນຊີຢູມັນນີ – ບັນຊີທະນາຄານ ( ຕາມທະນາຄານ ທີ່ຮ່ວມມື ປະຈຸບັນ ມີ : ທະນາຄານ ລາວ – ຫວຽດ , ທະນາຄານ ມາຣູຮານເຈແປນລາວ , ທະນາຄານ JDB )

            –   ບັນຊີທະນາຄານ – ບັນຊີຢູມັນນີ ( ຕາມທະນາຄານ ທີ່ຮ່ວມມື ປະຈຸບັນ ມີ : ທະນາຄານ ລາວ – ຫວຽດ , ທະນາຄານ ມາຣູຮານເຈແປນລາວ , ທະນາຄານ JDB )

3.    ຖອນເງິນ

      ລູກຄ້າສາມາດຖອນເງິນຜ່ານ

            –   ໜ່ວຍບໍລິການຂອງຢູນິເທວ.  

            –   ຮ້ານຈຸດຂາຍທີ່ມີສັນຍາລັກຂອງ u-money.

            –   ບັນດາທະນາຄານທີ່ມີການຮ່ວມມືກັບ u-money.

4.    ການຊຳລະຄ່າບໍລິການຕ່າງໆ

      ລູກຄ້າສາມາດໄຊ້ຢູມັນນີຊຳລະຄ່າບໍລິການເຊັ່ນ:

            –   ຕື່ມເງີນໂທລະສັບຂອງຢູນິເທວໄດ້ຮັບສ່ວນຫຼຸດ 5%

               –    ຕື່ມເງິນມູນຄ່າໂທ ຂອງ ETL ຮັບສ່ວນຫຼຸດ 3%   

            –   ຊຳລະເບີລາຍເດືອນຂອງຢູນິເທວໄດ້ຮັບສ່ວນຫຼຸດ 2%

            –   ຊຳລະອິນເຕີເນັດບ້ານ FTTH , ຊຳລະບໍລິການສາຍເຊົ່າ Lease-line ໄດ້ຮັບສ່ວນຫຼຸດ 2%   

            –   ຊື້ປະກັນໄພ ລາວ-ຫລວຽດ

            –   ຊື້ຫວຍໂຊກໄຊໄດ້ຮັບສ່ວນຫຼຸດ 5%.

ຂ່າວຮ້ອນ

u-money 5 ປີຫ່ງການພັດທະນາກ້າວສູ່ຜູ້ນໍາໜ້າ ດ້ານກະເປົາເງິນ ເອເລັກໂຕຣນິກ

ບໍລິການ ດາຕ້າ ໂຣມມິ້ງ ເທິງ u-money

ຕື່ມມູນຄ່າໂທ ຜ່ານແອັບຢູມັນນີ ຮັບສ່ວນຫຼຸດ 5 ເປີເຊັນ

ໂປຣໂມຊັ່ນຊື້ດາຕ້າຜ່ານແອັບ u-money ຮັບສ່ວນຫຼູດ 5 – 15% ຫຼື ຮັບດາຕ້າ X2.

ໂອນເງີນຈາກ ເເອັບທະນາຄານ ຫາ u-money ຜ່ານການ ສະແກນ QR u-money.

ຂ່າວທີ່ກ່ຽວຂ້ອງ

ຊື້ ແລະ...

ການແນະນໍາ ຊື້ ແລະ ຕໍ່ສັນຍາປະກັນໄພ ລາວ – ຫວຽດ ( LVI )...

...

ການແນະນໍາ  ເປົ້າໝາຍນໍາໃຊ້– ຜູ້ເຊີນ:...
Translate »