2018
ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໂດຍ ບໍລິສັດ ສະຕາໂທລະຄົມ ຈຳກັດ, ໃນວັນທີ 10 ມິຖຸນາ 2019 ພາຍໃຕ້ເຄື່ອງ ໝາຍ ການຄ້າ "u-money" ແລະ ເປັນບໍລິການກະເປົາເງິນເອເລັກໂຕຣນິກ ແຫ່ງທຳອິດຂອງ ສປປ ລາວ. ໂດຍທົ່ວໄແລ້ວ, ບໍລິການ ຢູມັນນີ ແມ່ນສາມາດນຳໃຊ້ໄດ້ກັບໂທລະສັບມືຖືທຸກປະເພດ ນັບຕັ້ງແຕ່ມືຖື ທຳມະດາແບບ 2G, ເຊິ່ງລູກຄ້າສາມາດ ເຂົ້ານຳໃຊ້ຜ່ານຫນ້າຈໍ USSD *999# ແລະ ສຳລັບມືຖືທີ່ທັນສະໄໝ 3G, 4G ແລະ 5G.
2019
* u-money ແມ່ນບໍລິການດ້ານການເງິນເທິງມືຖື ທີ່ສາມາດຊໍາລະສິນຄ້າ-ໂອນເງິນໄປຍັງທຸກທະນາຄານ ໂດຍຜ່ານການສະແກນ QE Code ດ້ວຍຄ່າທຳນຽມທີ່ແສນຖືກ ແລະ ການຊໍາລະຄ່ານໍ້າ, ຄ່າໄຟຟ້າ, ຄ່າປະກັນໄພ, ຄ່າສິນເຊື່ອ, ຄ່າບໍລິການດ້ານໂທລະຄົມມະນາຄົມ, ອິນເຕີເນັດບ້ານ ລວມທັງການຕັ້ງເເພັກເກັດອິນເຕີເນັດມືຖື. * u-money ແມ່ນກຳລັງເສີມທີ່ຊ່ວຍສະໜັບສະໜູນທະນາຄານຢູ່ເຂດຫ່າງໄກສອກຫຼີກ ໃນການເບີກຈ່າຍເງິນເດືອນ, ນະໂຍບາຍ ເເລະ ເງິນອຸດໜູນໃຫ້ແກ່ພະນັກງານ, ລັດຖະກອນ,ນາຍບ້ານ ໃນເຂດຊົນນະບົດ. ນອກນັ້ນ ຢູມັນນີ ໄດ້ກາຍເປັນຄູ່ຮ່ວມງານໃນການເບິກຈ່າຍໂຄງການເຊັ່ນ: ໂຄງການ Worlbank ຫຼຸດຜ່ານຄວາມທຸກຍາກ, ໂຄງການຊ່ວຍເຫຼືອແມ່ຍິງຖືກພາ ແລະ ເດັກນ້ອຍກ່ອນໄວຮຽນ ແລະ ຍັງເປັນຊ່ອງທາງການຊໍາລະ ຄ່າບໍລິການໄດ້ຫຼາກຫຼາຍ ເເທດເໝາະກັບຍຸກປະຈຸບັນ.
2020
1. ລາງວັນ ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເຕັກໂນໂລຊີ ໃນຂົງເຂດວຽກງານການເງິນ, ການທະນາຄານ ແລະ ປະກັນໄພ 2. ລາງວັນ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ 3. ລາງວັນ u-money ສ້າງຄວາມສະດວກສະບາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າປະຈໍາປີ 2022
2021
1. ລາງວັນ ນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ໃນໄລຍະໂຄວິດ 19 2. ລາງວັນປະເພດທຸລະກິດ SME ດີເດັ່ນ - ຂະແໜງການ ນະວັດຕະກໍາດີເດັ່ນ (SME Innovation Excellence Award)
ການບໍລິການ u-money ຈະນໍາເອົາຜົນປະໂຫຍດອັນດີມາສູ່ປະຊາຊົນລາວດ້ວຍການບໍລິການທາງດ້ານການເງິນຜ່ານມືຖືດ້ວຍຄື້ນໂທລະຄົມນາຄົມ, ພື້ນຖານໂຄງລ່າງດ້ານດິຈິຕອລ ແລະ ການສະໜອງເທັກໂນໂລຍີ Silk ທີ່ທັນສະໄໝ. u-money – ຄູ່ຮ່ວມທາງການເງິນຂອງທ່ານສຳລັບທຸກຄວາມຕ້ອງການດ້ານການເງິນປະຈໍາວັນຂອງທ່ານ, ນໍາເອົາປະສົບການການຈ່າຍເງິນທີ່ສະດວກ, ໄວ ແລະ ປອດໄພມາສູ່ຜູ້ໃຊ້ທົ່ວປະເທດລາວ!